ມະຫະກຳ ບຸນຊ້າງ
ການຈັດງານມະຫາກໍາບຸນຊ້າງ ຄັ້ງທໍາອິດແຂວງໄຊຍະບູລີ ແມ່ນໄດ້ຈັດຂຶ້ນຢູ່ບ້ານວຽງແກ້ວ ເມືອງຫົງສາ ປີ 2007 ຄັ້ງນີ້ຈັດຂຶ້ນໃນລະດັບຂັ້ນບ້ານ ແຕ່ກໍ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເປັນຢ່າງດີ ຍ້ອນແນວນັ້ນຈຶ່ງໄດ້ຍົກລະດັບຂຶ້ນເປັນລະດັບຂັ້ນເມືອງ ໃນປີ 2008 ຄັ້ງນີ້ ບຸນຊ້າງ ຈັດຂຶ້ນເປັນຄັ້ງທີ່ 2 ທີ່ເມືອງປາກລາຍ, ຄັ້ງທີ່ 3 ປີ 2009 ຈັດຂຶ້ນໃນລະດັບຂັ້ນແຂວງ, ມາໃນປີ 2010ກໍ່ໄດ້ໝູນວຽນຈັດຂຶ້ນ ທີ່ເມືອງຫົງສາອີກຕື່ມຄັ້ງໜຶ່ງ ເປັນຄັ້ງທີ່ 4 ແລະ ຕໍ່ດ້ວຍ ເມືອງປາກລາຍໃນປີ 2011 ຈັດຂຶ້ນຄັ້ງນີ້ເປັນຄັ້ງທີ່ 5 ແລະ ເຫັນວ່າ ຈໍານວນນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວງານດັ່ງກ່າວ ກໍ່ເພີ້ມຂຶ້ນເປັນຈໍານວນຫຼວງຫຼາຍ…
ນໍ້າຕົກຕາດ
Your content goes here. Edit or remove this text inline or in the module Content settings. You can also style every aspect of this content in the module Design settings and even apply custom CSS to this text in the module Advanced settings.
Your content goes here. Edit or remove this text inline or in the module Content settings. You can also style every aspect of this content in the module Design settings and even apply custom CSS to this text in the module Advanced settings.
ຖໍ້າ ແລະ ອຸດທະຍານ
ຖໍ້າລອດ ຕັ້ງຢູ່ບ້ານຖ້ຳລອດ ເມືອງໄຊຍະບູລີ ແຂວງໄຊຍະບູລີ ທີ່ນັກທ່ອງທ່ຽວສາມາດ ຢ່າງຊົມທຳມະຊາດຂອງຖ້ຳ, ທຳມະຊາດອ້ອມຮອບຖ້ຳ ມີນ້ຳໃສໄຫລເຢັນ ອາກາດບໍລິສຸດ ແລະ ອາຫານພື້ນເມືອງໄວ້ຄອຍບໍລິການທ່ານ. ກ່ອນຈະເອີ້ນກັນວ່າຖ້ຳລອດ ແມ່ນຊາວບ້ານຖ້ຳລອດໄດ້ພາກັນໄປທຳມາຫາກິນຜ່ານບໍລິເວນນັ້ນແລ້ວ ລອດ ຫຼືເຂົ້າໄປໃນຖ້ຳນັ້ນ ເພາະວ່າເສັ້ນທາງຜ່ານຖ້ຳນັ້ນ, ຄວາມຍາວແຕ່ປາກຖ້ຳຫາທາງອອກປະມານ 15 ແມັດ ທາງໃນຈະເປັນຜົ້ງກວ້າງປະມານ 10 ແມັດມົນທົນ.
ຖ້ຳລອດ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ ເມືອງໄຊຍະບູລີ ໄດ້ປັບປຸງບູລະນະເປັນອີກໜຶ່ງໃນບັນດາແຫຼ່ງທ່ອງທ່ຽວຂອງເມືອງໄຊຍະບູລີ ຖ້ຳລອດຕັ້ງຢູ່ບໍລິເວນບ້ານ ຖ້ຳລອດຫ່າງຈາກເທດສະບານແຂວງໄປທາງທິດເໜຶອ 13 ກິໂລແມັດ.
ເສັ້ນທາງເຂົ້າຫາຖ້ຳສະດວກສະບາຍ ໃນບໍລິເວນດັ່ງກ່າວມີຕົ້ນໄມ້ໃຫຍ່ນ້ອຍທີ່ມີຄ່າອ້ອມຮອບ, ມີສາຍນ້ຳຫວ້ຍຊອຍ ຫຼືເຖົ້າແກ່ເຄີຍເອີ້ນກັນວ່າ: ຫ້ວຍຊອຍມີນ້ຳທີ່ໃສເຢັນໄຫຼຜ່ານໂຕນຕາມແກ້ງ ແລະ ກ້ອນຫີນບວກໃສ່ກັບສຽງຮ້ອງຂອງສັດປ່ານາໆຊະນິດ ຟັງແລ້ວເປັນໜ້າອອນຊອນ. ເມື່ອຂຶ້ນເມືອທັງຈອມຜາຈະມີຖ້ຳອີກ 5 ແຫ່ງ ໄລຍະຫ່າງກັນປະມານ 20 – 50 ແມັດ ແຕ່ລະຖ້ຳຈະມີຮູເຂົ້າ ໄປແລ້ວຈະເປັນຜົ້ງໃຫຍ່ ໃນຜົ້ງກໍຈະມີນົມຜານ້ອຍໃຫຍ່ເກາະກ່າຍກັນປຽບເໝືອນວ່າທຳມະຊາດຊ່າງສ້າງບັນຈົງຂຶ້ນມາ.