Elephant festival

ຄວາມປັນມາ ຂອງງານມະຫາກໍາບຸນຊ້າງ

ດິນແດນແຂວງໄຊຍະບູລີ ແມ່ນຕັ້ງຢູ່ພາກເໜືອຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຕັ້ງຢູ່ຝັ່ງຂວາຂອງແມ່ນໍ້າຂອງ, ມີຊາຍແດນຕິດກັບ 6 ຈັງຫວັດ ຂອງລາຊະອານາຈັກໄທ ມີຄວາມຍາວ 647 ກິໂລແມັດ ຄື: ຈັງຫວັດຊຽງຮາຍ, ພະເຍົາ, ນ່ານ, ອຸດຕະລະດິດ, ພິສະນຸໂລກ ແລະ ຈັງຫວັດເລີຍ. ທົ່ວແຂວງໄຊຍະບູລີ ປະກອບມີ 11 ເມືອງຄື: ເມືອງໄຊຍະບູລີ, ເມືອງພຽງ, ປາກລາຍ, ທົ່ງມີໄຊ, ແກ່ນທ້າວ, ບໍ່ແຕນ, ຫົງສາ, ຊຽງຮ່ອນ, ເມືອງເງິນ, ເມືອງຄອບ ແລະ ເມືອງໄຊສະຖານ ມີ 446 ບ້ານ, ມີຫຼາຍກ່ວາ 67.000 ຄອບຄົວໃນນີ້ຄອບຄົວທຸກຍາກ 4.702 ຄອບຄົວ ເທົ່າກັບ 6,7% ແລະ ມີພົນລະເມືອງ 365.000 ກ່ວາຄົນ. ແຂວງໄຊຍະບູລີ ເປັນແຂວງທີ່ມີທ້ວທັດທໍາມະຊາດ ແລະ ວັດທະນະທໍາບັນດາເຜົ່າ ຫຼາກຫຼາຍສີສັນ ເໝືອນດັ່ງດອກໄມ້ຫຼາຍສີ ທີ່ເກີດຢູ່ຮ່ວມຕົ້ນດຽວກັນ ຄືດັ່ງ 8 ເຜົ່າ ທີ່ດໍາລົງຊີວິດ ຢູ່ຮ່ວມກັນດ້ວຍຄວາມສຸກ, ສາມະຄີປອງດອງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊັ່ນ: ເຜົ່າລາວ, ເຜົ່າມົ້ງ, ອິ່ວມຽນ, ໄຕດໍາ, ລື້, ຍວນ ໄປຣ່ ແລະ ເຜົ່າກຣຶ່ມມຸ ທີ່ນອນຢູ່ໃນ 49 ເຜົ່າຊົນໃນທົ່ວປະເທດ ແລະ ແຕ່ລະເຜົ່ານັ້ນ ລ້ວນແຕ່ມີເອກະລັກສະເພາະຂອງໃຜລາວ, ພ້ອມນີ້ ຍັງມີມູນເຊື້ອດຸຫມັ່ນຂະຫຍັນພຽນໃນການອອກແຮງງານ,ຜະລິດກະສິກໍາເປັນສິນຄ້າ,ບົນພື້ນຖານແນວທາງນະໂຍບາຍຂອງພັກ ຕິດພັນກັບການອານຸລັກ ຮັກສາຮີດຄອງປະເພນີ ອັນດີງາມຂອງຊາດ ຂອງທ້ອງຖິ່ນ ກໍ່ຄືເຜົ່າ ດັ່ງຄໍາຂວັນທີ່ວ່າ: ໄຊຍະບູລີ ດິນແດນຍາວສຸດຫຼ້າ ດ່ານໜ້າທີ່ແຂງແກ່ນແດນພູເຂົາແຫ່ງຄໍາຂຽວ ຊ້າງຄໍາຮູ້ພູໄຟດອກຝ້າຍຈັນວັດທະນະທໍາ ເຜົ່າຫຼາຍສີສັນ ພະລັງດັນສູ່ຄວາມມັ່ງຄັ່ງ. ນອກຈາກນີ້ ແຂວງໄຊຍະບູລີ ຍັງມີຄວາມອຸດົມສົມບູນໄປດ້ວຍພູຜາປ່າໄມ້ທີ່ຕຶບໜາ, ມີນໍ້າຕົກຕາດ, ວັດວາອາຮາມ, ປູສະນິຍະສະຖານ, ມີສະຖານທີ່ປະຫວັດສາດ ແລະ ວັດທະນະທໍາຂອງເຜົ່າທີ່ມີຄວາມສວຍງາມແຕກຕ່າງກັນ ເມື່ອເຫັນແລ້ວ ກໍ່ມີຄວາມປະທັບໃຈບໍ່ລືມເລີຍ. ທັງໝົດເຫຼົ່ານີ້ກາຍເປັນທ່າແຮງໃນການດຶງດູດ ເອົາແຂກ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວແຂວງໄຊຍະບູລີ ນັບມື້ນັບເພີ້ມຂຶ້ນຢ່າງຫຼວງຫຼາຍໃນປະຫວັດສາດ ຂອງຊາດລາວ ແມ່ນໄດ້ຕິດພັນກັບ ຊ້າງ ຈົນໄດ້ຂະໜານນາມວ່າ:ເປັນປະເທດລ້ານຊ້າງນັ້ນກໍ່ໝາຍຄວາມວ່າ ປະເທດລາວເຮົາ ເຄີຍໄດ້ເປັນຖິ່ນຖານທີ່ຢູ່ອາໄສຂອງຊ້າງຈໍານວນຫຼວງຫຼາຍ.ເມື່ອຫຼາຍພັນປີຜ່ານມາ ຊ້າງໄດ້ຕິດພັນກັບວິຖຊີວິດ ແລະ ກິດຈະວັດຂອງປະຊາຊົນລາວເຮົາ ຊ້າງໄດ້ເປັນພາຫະນະ ນໍາໃຊ້ເຂົ້າໃນການຕໍ່ສູ້ສະໄໝສົງຄາມ ຕ້ານການຮຸກຮານຈາກພາຍນອກ ເພື່ອປົກປ້ອງປິຕິພູມທີ່ແສນຮັກຂອງຕົນ ນອກຈາກນັ້ນ ຊ້າງ ຍັງໄດ້ນໍາໃຊ້ເຂົ້າໃນ ການເຄື່ອນໄຫວດໍາລົງຊີວິດປະຈໍາວັນ ໃນການທໍາມາຫກິນ ຂອງປະຊາຊົນລາວບັນດາເຜົ່າຕື່ມອີກ. ດ້ວຍເຫດນີ້ ຈຶ່ງເວົ້າໄດ້ວ່າ: ຊ້າງ ເປັນສັດທີ່ມີຄຸນປະໂຫຍດ, ມີຄຸນຄ່າຢ່າງຫຼວງຫຼາຍ ຕໍ່ຄົນລາວ ແລະ ສັງຄົມຕະຫຼອດມາ. ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫຼາຍກ່ວາໝູ່ ໃນບັນດາແຂວງຕ່າງໆ ເຊິ່ງມາຮອດປະຈຸບັນ ໄດ້ມີຊ້າງຈໍານວນ 448 ເຊືອກທີ່ໄດ້ດໍາລົງຊີວິດຢູ່ພາຍໃນແຂວງ ໃນຈໍານວນຊ້າງລ້ຽງ 560 ໂຕໃນທົ່ວປະເທດ, ແຕ່ວ່າ ຊ້າງ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີທ່າອ່ຽງຈະສູນພັນ ກວມເອົາອັດຕາສູງຂຶ້ນ, ຊ້າງ ແມ່ນມີອາຍຸຕໍ່າກວ່າ 20 ປີ ແລະ ສາມາດເກີດລູກໄດ້ພຽງແຕ່ໂຕດຽວ ໃນຂະນະທີ່ອັດຕາການເກີດລູກຂອງຊ້າງ ມີພຽງແຕ່ 0,01 ໂຕ ຕໍ່ແມ່ ຕໍ່ປີ ຍ້ອນຊ້າງມີສຸຂະພາບອ່ອນເພຍ ຫຼື ບໍ່ມີໂອກາດປະສົມພັນ ຍ້ອນແນວນັ້ນ ເພື່ອເຮັດໃຫ້ສັງຄົມມະນຸດເຮົາ ຫັນມາໃຫ້ຄວາມສົນໃຈ ມີສ່ວນຮ່ວມ ໃນການອານຸລັກ, ປົກປັກຮັກສາຊ້າງ ຢູ່ໃນໂລກເວົ້າລວມ, ເວົ້າສະເພາະ ແມ່ນຢູ່ໃນ ສປປ ລາວ ໃຫ້ມີອກາດຄົງຕົວ ແລະ ຂະຫຍາຍຕົວ ຄົງຢູ່ຄູ່ກັບ ມວນມະນຸດເຮົາໄປນານແສນນານນັ້ນ, ແຂວງໄຊຍະບູລີຈຶ່ງໄດ້ຖືເອົາເທດສະການບຸນຊ້າງ ເປັນງານບຸນປະເພນີ ແລະ ຈັດຂຶ້ນຢ່າງຄຶກຄື້ນມ່ວນຊື່ນ ໃນທຸກໆປີຂອງໄລຍະກາງເດືອນ ກຸມພາ ໂດຍໄດ້ມີການຜັດປ່ຽນ ໝູນວຽນກັນຈັດຂຶ້ນ ຢູ່ 3 ເມືອງຄື: ເມືອງຫົງສາ, ເມືອງປາກລາຍ ແລະ ເມືອງໄຊຍະບູລີ.

ການຈັດງານມະຫາກໍາບຸນຊ້າງ ຄັ້ງທໍາອິດແຂວງໄຊຍະບູລີ ແມ່ນໄດ້ຈັດຂຶ້ນຢູ່ບ້ານວຽງແກ້ວ ເມືອງຫົງສາ ປີ 2007 ຄັ້ງນີ້ຈັດຂຶ້ນໃນລະດັບຂັ້ນບ້ານ ແຕ່ກໍ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເປັນຢ່າງດີ ຍ້ອນແນວນັ້ນຈຶ່ງໄດ້ຍົກລະດັບຂຶ້ນເປັນລະດັບຂັ້ນເມືອງ ໃນປີ 2008 ຄັ້ງນີ້ ບຸນຊ້າງ ຈັດຂຶ້ນເປັນຄັ້ງທີ່ 2 ທີ່ເມືອງປາກລາຍ, ຄັ້ງທີ່ 3 ປີ 2009 ຈັດຂຶ້ນໃນລະດັບຂັ້ນແຂວງ, ມາໃນປີ 2010​ກໍ່ໄດ້ໝູນວຽນຈັດຂຶ້ນ ທີ່ເມືອງຫົງສາອີກຕື່ມຄັ້ງໜຶ່ງ ເປັນຄັ້ງທີ່ 4 ແລະ ຕໍ່ດ້ວຍ ເມືອງປາກລາຍໃນປີ 2011 ຈັດຂຶ້ນຄັ້ງນີ້ເປັນຄັ້ງທີ່ 5 ແລະ ເຫັນວ່າ ຈໍານວນນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວງານດັ່ງກ່າວ ກໍ່ເພີ້ມຂຶ້ນເປັນຈໍານວນຫຼວງຫຼາຍ. ເພາະວ່າ ຢູ່ໃນງານດັ່ງກ່າວນີ້ ແຕ່ລະປີ ໄດ້ມີຂະບວນຊ້າງເຂົ້າຮ່ວມ ບໍ່ຕໍ່າກວ່າ 50 ເຊືອກດ້ວຍກັນ, ພ້ອມດຽວກັນນີ້ ຍັງໄດ້ຈັດໃຫ້ມີຫຼາຍກິດຈະກໍາທີ່ສ້າງສີສັນຄວາມປະທັບໃຈ ໃຫ້ກັບຜູ້ທີ່ມາທ່ຽວຊົມ ເຊັ່ນ: ການເປີດຕະຫຼາດນັດ ວາງສະແດງຈໍາໜ່າຍສິນຄ້າທີ່ເປັນຜະລິດຕະພັນຂອງລາວ ແລະ ຕ່າງປະເທດ, ການສະແດງສິນລະປະວັນນະຄະດີ, ກາຍະສິນ, ສາຍຮູບເງົາ, ມີຊິງໂຊກ,ຊິງລາງວັນ, ຈູດບັ້ງໄຟດອກ, ຂະບວນແຮ່ຊ້າງອອກຮົບເສິກ, ຂະບວນຊ້າງລໍາລຽງຍຸດໂທປະກອນ, ລໍາລຽງສະບຽງອາຫານ, ຊ້າງນໍາທ່ຽວ, ຂະບວນຊ້າງນ້ອຍຄໍາຮູ້, ຄັດເລືອກຊ້າງງາມປະຈໍາປີ, ບາສີສູ່ຂວັນຊ້າງ, ປ້ອນອາຫານໃຫ້ຊ້າງ, ຊົມສາທິດການໃຊ້ແຮງງານຂອງຊ້າງ, ບໍລິການຂີ່ຊ້າງນໍາທ່ຽວຊົມທໍາມະຊາດ, ຊົມການເອົາຊ້າງອາບນໍ້າ, ປະກວດທິດາຊ້າງ, ການເດີນແບບ, ສະແດງຄອນເສີດ, ຊົມການສະແດງຂອງຊ້າງນ້ອຍຄໍາຮູ້, ແລະ ອື່ນໆ , ທັງໝົດເຫຼົ່ານີ້ໄດ້ສ້າງຄວາມປະທັບໃຈ ໃຫ້ຜູ້ທີ່ມາທ່ຽວຊົມງານຢ່າງບໍ່ມີວັນລືມ. ສໍາລັບຈຸດປະສົງຕົ້ນຕໍ ຂອງການຈັດງານມະຫາກໍາບຸນຊ້າງ ທີ່ແຂວງໄຊຍະບູລີນັ້ນ ກໍ່ເພື່ອເປັນການສືບຕໍ່ສົ່ງເສີມໃຫ້ນໍາໃຊ້ຊ້າງ ເຂົ້າສູ່ການບໍລິການດ້ານການທ່ອງທ່ຽວ, ທັງເປັນການສ້າງລາຍຮັບໃຫ້ແກ່ເຈົ້າຂອງຊ້າງ ເພື່ອສຶບຕໍ່ ລ້ຽງດູຊ້າງເປັນຢ່າງດີດ ເປັນການສ້າງພາບ ທີ່ໜ້າຮັກຂອງຊ້າງ, ປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ລວມເຖິງຊັ້ນຄົນຕ່າງໆ ໃຫ້ໄດ້ມີສ່ວນຮ່ວມ ໃນການອານຸລັກຮັກສາຊ້າງ, ເຮັດໃຫ້ຊ້າງມີສຸຂະພາບທີ່ດີ, ມີໂອກາດສືບພັນ (ນັບທັງຊ້າງລ້ຽງ ແລະ ຊ້າງປ່າ) ທີ່ອາໄສຢູ່ເຂດປ່າສະຫງວນນໍ້າປຸຍ ໃຫ້ຄົງຢູ່ ແລະ ຂະຫຍາຍຕົວຕໍ່ໄປ. ນອກຈາກນີ້ແລ້ວ ຍັງເປັນການ ໂຄສະນາແຫຼ່ງທ່ອງທ່ຽວຢູ່ໃນແຂວງໄຊຍະບູລີ ໃຫ້ເປັນທີ່ຮູ້ຈັກກັນຫຼາຍຂຶ້ນ ໂດຍສະເພາະແມ່ນເມືອງໄຊຍະບູລີ, ເມືອງຫົງສາ ແລະ ເມືອງປາກລາຍ ທັງແນໃສ່ຟື້ນຟູ ແລະ ສົ່ງເສີມກິດຈະກໍາ ທາງປະເພນີ ທີ່ພົວພັນກັບຊ້າງ ລວມທັງປະເພນີ ທີ່ເປັນເອກະລັກຂອງຊາດ, ຂອງທ້ອງຖິ່ນ ກໍ່ຄືເຜົ່າຕ່າງໆ ທີ່ສຶບທອດກັນມາແຕ່ບູຮານນະການ ຈົນເຖິງເທົ່າທຸກວັນນີ້ ໃຫ້ຢູ່ຄູ່ກັບຄົນລາວຕະຫຼອດໄປ.