ທ່ານຮອງເລຂາພັກແຂວງຕ້ອນຮັບທ່ານຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ

ໃນຕອນບ່າຍຂອງວັນທີ 10 ພະຈິກ 2022 ນີ້ທີ່ຫ້ອງຮັບຮອງຊັ້ນ2 ຫ້ອງວ່າການແຂວງ ໄຊຍະບູລີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ຕ້ອນຮັບທ່ານ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມຄະນະ, ກ່ອນອື່ນ ທ່ານຮອງລັດຖະມົນຕີແມ່ນໄດ້ລາຍງານຈຸດປະສົງທີ່ມາເຮັດວຽກຢູ່ແຂວງ ໄຊຍະບູລີ ເປັນຕົ້ນເພື່ອເປັນການປັບປຸງກົງຈັກການຈັດຕັ້ງພາຍໃນກໍາລັງ ປກສ ແຂວງ ໄຊຍະບູລີ, ປັບປຸງຄວາມສາມັກຄີ, ປັງປຸງແບບແຜນການເຮັດວຽກ, ການລົງໃກ້ສິດຕິດແທດກັບທ້ອງຖິ່ນຮາກຖານ, ການກໍ່ສ້າງພັກ-ພະນັກງານ, ແບບແຜນການນໍາພາ, ພ້ອມດຽວກັນຍັງຈະໄດ້ປະກາດຍົກຍ້າຍ ແລະ ຊັບຊ້ອນຕໍາແໜ່ງງານຄືນໃໝ່ຈໍານວນໜຶ່ງ, ທັງນີ້ກໍ່ເພື່ອເຮັດໃຫ້ກໍາລັງ ປ້ອງກັນຄວາມສະຫງົບແຂວງ ໄຊຍະບູລີ ມີຄວາມເຂັ້ມແຂງ, ຈາກນັ້ນ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກ ແລະ ອົງການຈັດຕັ້ງມະຫາຊົນ ກໍ່ໄດ້ກ່າວສະແດງຄວາມຂອບໃຈມາຍັງກະຊວງ ປ້ອງກັນຄວາມສະຫງົບ ທີ່ມີຄວາມເປັນຮ່ວງເປັນໄຍຕໍ່ແຂວງ ໄຊຍະບູລີ ແລະ ມີຄວາມເຫັນດີທີ່ຈະມີການປັບປຸງ ແລະ ຊັບຊ້ອນ ພະນັກງານການນໍາ ພາຍໃນກໍາລັງ ປ້ອງກັນຄວາມສະຫງົບແຂວງ ໄຊຍະບູລີຄັ້ງນີ້.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933

Skills

Posted on

November 15, 2022